


ເຂື່ອນແມ່ນຫຍັງ ?
ເຂື່ອນແມ່ນໂຄງສ້າງທີ່ເປັນສ່ວນກີດຂວາງນ້ຳ ຫຼື ແລວນ້ຳໃຕ້ດິນ, ອ່າງເກັບນ້ຳທີ່ສ້າງຈາກເຂື່ອນບໍ່ພຽງແຕ່ປ້ອງກັນນ້ຳຖ້ວມເທົ່ານັ້ນ, ແຕ່ຍັງສະໜອງນ້ຳສຳລັບການນຳໃຊ້ເຊັ່ນ: ຊົນລະປະທານ, ການບໍລິໂພກຂອງມະນຸດ, ການນຳໃຊ້ເຂົ້າໃນອຸດສາຫະກຳ, ການລ້ຽງສັດ ແລະ ການເດີນເຮືອ. ພະລັງງານນ້ຳມັກໃຊ້ຮ່ວມກັບເຂື່ອນເພື່ອຜະລິດກະແສໄຟຟ້າ. ເຂື່ອນຍັງສາມາດນຳໃຊ້ເພື່ອເກັບນ້ຳ ຫຼື ເກັບຮັກສານ້ຳເພື່ອໃຫ້ສາມາດກະຈາຍໄປຢ່າງທົ່ວເຖິງລະຫວ່າງພື້ນທີ່. ໂດຍທົ່ວໄປແລ້ວ ຈຸດປະສົງຫຼັກຂອງເຂື່ອນແມ່ນໃຊ້ເພື່ອກັກເກັບນ້ຳ. ສ່ວນໂຄງສ້າງອື່ນໆ ເຊັ່ນ: ປະຕູລະບາຍນ້ຳ (ເອີ້ນກັນວ່າ ເຂື່ອນ) ແມ່ນໃຊ້ເພື່ອຄຸ້ມຄອງ ຫຼື ປ້ອງກັນການໄຫຼຂອງນ້ຳລົງສູ່ພື້ນທີ່ໃດໜຶ່ງສະເພາະ.